65

Happy Clients

85

ໂຄງການ

12

ປະສົບການຜ່ານມາ

15

ລາງວັນ

ປະຫວັດຫຍໍ້

ບໍລິສັດ ລາວພັດທະນາ ຂຸດຄົ້ນຖ່ານຫີນ ຈຳກັດ ເປັນບໍລິສັດໜຶ່ງທີ່ສ້າງຕັ້ງຂື້ນ ແລະ ຈົດທະບຽນເປັນນິຕິບຸກຄົນພາຍໃຕ້ກົດໝາຍຂອງ ສ ປ ປ ລາວ ຊຶ່ງນອນຢູ່ໃນບໍລິສັດ ກຸ່ມໂຊກໄຊຈະເລີນ ຈຳກັດ (Sokxai Chaleun Goup Sole Co.,Ltd(SCG)) ໂດຍແມ່ນ ທ່ານ ສົມໃຈ ສີລາຊາ ເປັນປະທານບໍລິສັດ, ມີສຳນັກງານຕັ້ງຢູ່ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອກ ນະຄອນຫຼວງວຽງຈັນ ແລະ ເປັນເຄື່ອຂ່າຍ ດຽວກັນກັບ ກຸ່ມບໍລິສັດ ສີລາຊາ.

  • ບໍລິສັດ ລາວພັດທະນາ ຂຸດຄົ້ນຖ່ານຫີນ ຈຳກັດ ໄດ້ເຊັນສັນຍາ ວ່າດ້ວຍ ການຊອກຄົ້ນ-ສຳຫຼວດ ຖ່ານຫີນ ກັບລັດຖະບານ ໃນຄັ້ງວັນທີ 15/05/2009 ໃນເນື້ອທີ່ 48 ກິໂລຕາເມັດ.
  • ບໍລິສັດ ລາວພັດທະນາ ຂຸດຄົ້ນຖ່ານຫີນ ຈໍາກັດ ໄດ້ເຊັນສັນຍາ ວ່າດ້ວຍ ການຂຸດຄົ້ນ-ປຸງແຕ່ງຖ່ານຫີນ ກັບ ລັດຖະບານໃນຄັ້ງວັນທີ 06/04/2015 ໃນເນື້ອທີ່ 11 ກິໂລຕາແມັດ.
  • ບໍລິສັດ ໄດ້ຮັບການຂື້ນທະບຽນສໍາປະທານ ສະບັບເລກທີ 022-15/ຜທ/ລທ3, ລົງວັນທີ 01/06/2015.
  • ບໍລິສັດ ໄດ້ຮັບໃບອະນຸຍາດ ຂຸດຄົ້ນຖ່ານຫີນ ຈາກລັດຖະບານ ສະບັບເລກທີ 436/ພບ.ກບຮ, ລົງວັນທີ 12/10/2015 ໃນເນື້ອທີ່ 11 ກິໂລຕາແມັດ, ມີອາຍຸສໍາປະທານທັງໝົດ 15 ປີ.

ກຸ່ມບໍລິສັດໃນເຄືອ

  • ບໍລິສັດ ກຸ່ມໂຊກໄຊຈະເລີນ ໂດຍແມ່ນ ທ່ານ ສົມໃຈ ສີລາຊາ ເປັນປະທານບໍລິສັດ
  • ບໍລິສັດ ກຸ່ມຄູນໄຊ ຈຳກັດ ໂດຍແມ່ນ ທ່ານ ເຄນຄຳ ສີລາຊາ ເປັນປະທານບໍລິສັດ
  • ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດ ໂດຍແມ່ນ ທ່ານ ຄຳຜາຍ ສີລາຊາ ເປັນປະທານບໍລິສັດ
  • ບໍລິສັດ ກຸ່ມທະວີໂຊກພັດທະນາກໍ່ສ້າງ ຈຳກັດ ໂດຍແມ່ນ ທ່ານ ວິໄລ ສີລາຊາ ເປັນປະທານ
  • ເປັນປະທານບໍລິສັດບໍລິສັດ ກຸ່ມVIP ພັດທະນາກໍ່ສ້າງ ຈຳກັດ ໂດຍແມ່ນ ທ່ານ ທິບພາວອນ ສີລາຊາ ເປັນປະທານ
  • ບໍລິສັດ ກຸ່ມສີສົມບັດລິດຊິ້ງ ໂດຍແມ່ນ ທ່ານ ສີສົມບັດ ພິລາວົງ ເປັນປະທານ
  • ບໍລິສັດ ກຸ່ມ HPC ປະກັນຊີວິດລາວ ຈຳກັດ ໂດຍແມ່ນ ທ່ານ ບຸນລັນ ລໍສະຫວັດ ເປັນປະທານ
  • ບໍລິສັດ ກຸ່ມລາວເທບຈະເລີນ ປະກັນໄພ ຈຳກັດ ໂດຍເປັນປະທານແມ່ນ ທ່ານ ຂັນທອງລືໄຊ ອິນທະວົງ ເປັນປະທານ

ສະຖານທີ່ຕັ້ງ:

ບ້ານດົງນາໂຊກເໜືອ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຖະໜົນສີທອງ

ໂທ/ແຟັກ:

021 263 653