ປະຫວັດຫຍໍ້

ບໍລິສັດ ລາວພັດທະນາ ຂຸດຄົ້ນຖ່ານຫີນ ຈຳກັດ ໄດ້ເຊັນສັນຍາສຳປະທານ ກັບ ລັດຖະບານ ແຫ່ງ ສປປ ລາວ ວ່າດ້ວຍ ການຊອກຄົ້ນ-ສຳຫຼວດ ແລະ ຂຽນບົດວິພາກເສດຖະກິດ-ເຕັກນິກ ໃນຄັ້ງວັນທີ 25/05/2009 ໃນເນື້ອທີ່ 48 Km2. ໂຄງການຂຸດຄົ້ນ-ປຸງແຕ່ງຖ່ານຫີນ ຂອງບໍລິສັດ ລາວພັດທະນາ ຂຸດຄົ້ນຖ່ານຫີນຈຳກັດ ຕັ້ງຢູ່ລະຫວ່າງຊາຍແດນເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ມີເມືອງຫີນເຫີບ ແຂວງວຽງຈັນ, ເຂດສຳປະທານຂຸດຄົ້ນຖ່ານຫີນແມ່ນຕັ້ງຢູ່ພາກກາງຂອງປະເທດ.

ຜົນການສຳຫຼວດ ແລະ ແຜນຕໍ່ໜ້າ

ຜ່ານການສຳຫຼວດ ຊີເຈາະລະອຽດ ໄດ້ແບ່ງເນື້ອທີ່ ອອກເປັນ 2 ເຂດຄື:

  • ເຂດເນື້ອທີ່ 11 Km2
  • ເຂດເນື້ອທີ່ 22 Km2

ໃນການສຳຫຼວດນັ້ນເຂດເນື້ອທີ່ 11 Km2 ມີປະລິມານແຮ່ສະສົມ 3,071,589.91 ໂຕນ, ຜ່ານການສຳຫຼວດ ຄົ້ນພົບຖ່ານຫີນຄວາມຮ້ອນສູງຖິງ 8,000 Kcal/kg.

  • ເພື່ອຕ້ອງການຂຸດຄົ້ນໃຫ້ໄດ້ຫຼາຍຂື້ນ ແລະ ນຳໃຊ້ເທັກໂນໂລຊີທີ່ທັນສະໄໝເຂົ້າມານຳໃຊ້ໃນການຂຸດຄົ້ນ, ຂັດແຍກລ້າງ ແລະ ປຸງແຕ່ງ ໃຫ້ໂຄງການມີປະສິດທິຜົນໄປເລື້ອຍໆ.
  • ສືບຕໍ່ສຳຫຼວດໃຫ້ຮູ້ປະລິມານສະສົມທີ່ແນ່ນອນຊັດເຈນໂດຍພວກເຮົາໄດ້ນຳຊ່ຽວຊານທີ່ຊຳນານງານໃນເລື່ອງການຂຸດຄົ້ນ ແລະ ເຄື່ອງມືທີ່ທັນສະໄໝເຂົ້າມາຈາກຕ່າງປະເທດມາສົມທົບກັບວິຊາການ ແລະ ຊ່ຽວຊານລາວເຮົາ.

ສະຖານທີ່ຕັ້ງ:

ບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ບ້ານນໍ້າໂທ່ມ ເມືອງຫີນເຫີບ ແຂວງວຽງຈັນ

ໂທ/ແຟັກ:

021 263 653